Call Now: (020) 5568 2888          info@topsciencelaos.com

Top Science Summer Camp 2019

Top Science ຊຳເມີ້ແຄ້ມ ວິທະຍາສາດ 2019 ມາແລ້ວ ສຳລັບນ້ອງໆອາຍຸ 9 ຫາ 14 ປີ.

ມ່ວນກັບການຮຽນ ແລະ ທົດລອງທາງວິທະຍາສາດ ທີ່ບໍ່ຄືໃຜ ແລະ ບໍ່ມີໃຜຄື, ພ້ອມກັບກິດຈະກຳທີ່ຫຼາກຫຼາຍ ທີ່ເນັ້ນການພັດທະນາທັກສະຊີວິດທີ່ນ້ອງໆຄວນມີຕິດຕົວ. ກິດຈະກຳເຮົາປະກອບມີ:

  • ມ່ວນ ແລະໄດ້ຄວາມຮູ້ດ້ານວິທະຍາສາດ (Science): ຫົວຂໍ້ໃໝ່ທຸກມື້ ແລະມ່ວນກັບການຮຽນທິດສະດີ ຜ່ານການລົງມືທົດລອງຈິງ. ການທົດລອງທີ່ເນັ້ນແນວທາງການສຶກສາແບບ ສະເຕັມ STEM Education, ນ້ອງໆເອົາອຸປະກອນທົດລອງກັບບ້ານເລີຍ.
  • ການປຸງແຕ່ງອາຫານ (Cooking): ຝຶກທັກສະໃນການເຮັດຮ່ວມເປັນທີມ, ຄວາມອົດທົນ, ຄວາມໝັ້ນໃຈ ລວມທັງການສັງເກດປະກົດການ ທາງວິທະຍາສາດ
  • ສອນຫຼີ້ນເກມຝຶກທັກສະການວາງແຜນ: ມີການສອນຫຼີ້ນ ໝາກເສິກ (Chess) ໂດຍນັກກິລາໝາກເສິກມືອາຊີບ ທີ່ເນັ້ນການຝຶກສະມາທິ, ການຄິດວິເຄາະ, ການວາງແຜນ, ແກ້ໄຂບັນຫາ ແລະ ການຕັດສິນໃຈ
  • ງານຝີມື (Crafts): ການຜະລິດສິ່ງຂອງ ຈາກສິ່ງເສດເຫຼືອ ເຊັ່ນ ຈາກເຈ້ຍໜັງສືພິມເກົ່າ, ຜ້າເກົ່າ,... ສອນໂດຍ ກຸ່ມຫັດຖະກຳຄົນພິການ ແລະ ຊົນເຜົ່າ (XonPhao Disabled People Working Group)
  • ກິລາ (Sports): ເສີມສ້າງຮ່າງກາຍໃຫ້ແຂງແຮງ ແລະ ສົດຊື່ນ ໂດຍການຮຽນ ໂຢຄະ, ສິລະປະປ້ອງການຕົວ,... ສອນໂດຍ Angkham Sports & Wellness Centre (ASW) ທີ່ສູນ Top Science

 

ລາຄາ: 1,800,000 ກີບຕໍ່ຄົນ ຕໍ່ອາທິດ (ສະໝັກ 2 ຄົນ ຮັບສ່ວນຫຼຸດ 10%)

ຕາຕະລາງຮຽນ:

  • ອາທິດ ທີ 1: ວັນທີ 1 - 5 ກໍລະກົດ
  • ອາທິດ ທີ 2: ວັນທີ 8 - 12 ກໍລະກົດ
  • ອາທິດ ທີ 3: ວັນທີ 15 - 19 ກໍລະກົດ

ຮັບຈຳນວນຈຳກັດ (ສູງສຸດ 10ຄົນ ໃນແຕ່ລະອາທິດ)

ດາວໂຫຼດ: